ກ່ຽວກັບເຮົາ
ກ່ຽວກັບລາວໄບໂອແກ໊ສ ພວກເຮົາແມ່ນເປັນຕົວແທນຈຳຫນ່າຍ ລະບົບໂຮມໄບໂອແກ໊ສໃນ ສປປ ລາວ ວິໄສທັດຂອງເຮົາຄື ຊ່ວຍເຫຼືອສັງຄົມ ໃຫ້ຈັດການສິ່ງເສດເຫຼືອທີ່ຈັດການຢາກ ແລະ ມີຄ່າໃຊ້ຈ່າຍໃນການຈັດການສູງໃຫ້ງ່າຍ ແລະ ປະຢັດ
ພວກເຮົາເຊື່ອວ່າລະບົບໂຮມໄບໂອແກ໊ສຂອງພວກເຮົາຈະສາມາດແກ້ໄຂບັນຫາການຈັດການສິ່ງເສດເຫຼືອໃນ ແລະ ສົ່ງເສີມສະພາບເສດທະກິດໃນສປປລາວໃຫ້ເຕີບໂຕໄດ້ ໂດຍການປ່ຽນສິ່ງເສດເຫຼືອໃຫ້ກາຍເປັນພະລັງງານມານຳໃຊ້ໃໝ່ ທັ້ງໃນໜ່ວຍຄົວເຮືອນ ແລະ ພາກທຸລະກິດ ເຮັດໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍພະລັງງານ
ບໍ່ວ່າທ່ານຈະຢູ່ໃນ ພາກສ່ວນຄົວເຮືອນ, ທຸລະກິດ, ໂຮງຮຽນ, ພັກລັດ ຫຼື ອົງການສາກົນ ທີ່ມີເປົ້າໝາຍ ຮັກສາສິ່ງແວດລ້ອມ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ປະຢັດເວລາ ແລະ ຮັກສາໂລກ ພວກເຮົາພ້ອມທີ່ຈະໃຫ້ການຊ່ວຍເຫຼືອ