ຂະໜາດຂອງລະບົບ: 210x115x125 cm / 83x45x49 in ກ່ອງບັນຈຸ: 60x50x53 cm / 23x20x21 in ຖັງແກ໊ສຂະໜາດ: 700 ລິດ / 185 ແກລອນ
ຖັງຢ່ອຍສະຫຼາຍ: 1200 ລິດ / 317 ແກລອນ ຕໍ່ມື້ ສາມາດຮອງຮັບຂີ້ເຫຍື້ອໃນເຮືອນຄົວໄດ້ 6 ລິດ / 1.5 ແກລອນ ແລະ ມູນສັດ 20 ລິດ / 5 ແກລອນ
ຜະລິດແກ໊ສໄດ້ 2 ຊົ່ວໂມງຕໍ່ວັນ

ຂໍ້ມູນທາງເຕັກນິກ
ຄຳຖາມທີ່ພົບບ່ອຍ
ໃນຄວາມເປັນຈິງແລ້ວ, ແກ໊ສຊີວະພາບທີ່ຜະລິດໃນ ລະບົບລາວໄບໂອແກ໊ສ ຕົວຈິງແລ້ວແມ່ນປອດໄພກວ່າ LPG(ແກ໊ສຫຸງຕົ້ມທົ່ວໄປ) ເຊັ່ນດຽວກັນກັບ ແກ໊ສ propane ດ້ວຍເຫດຜົນຫຼາຍຢ່າງ ເຊັ່ນການບັນຈຸ ບໍ່ຄືກັບຖັງ LPG ຫຼືຖັງ propane, ແກ໊ສຊີວະພາບໃນລະບົບ ລາວໄບໂອແກ໊ສ ບໍ່ໄດ້ຖືກບີບອັດ ນັກວິສະວະກອນດ້ານຄວາມປອດໄພຂອງພວກເຮົາຕັ້ງໃຈສ້າງກໍລະນີໃຫ້ເກິດແຮງດັນທີ່ອ່ອນໆເພື່ອເອົາອາຍແກັສຊີວະພາບ ໃຫ້ມັນເກັບຢູ່ໃນຄວາມກົດດັນຕ່ຳ ເນື່ອງຈາກແກ໊ສຊີວະພາບບໍ່ໄດ້ຖືກບີບອັດ, ແລະ ເກັບໃນປະລິມານໜ້ອຍ ຖ້າທຽບໃສ່ທີ່ເກັບໄວ້ໃນຖັງແກ໊ສທົ່ວໄປ ເຊີ່ງປະລິມານມີໜ້ອຍເກີນໄປທີ່ຈະເປັນອັນຕະລາຍຮ້າຍແຮງຖ້າຫາກວ່າຖືກໄຟໄໝ້ ຖ້າທຽບໃສ່ອາຍແກັສອື່ນໆແລ້ວຖືວ່າ ປອດໄພຫຼາຍ ແກ໊ສMethane ຕ້ອງການຄວາມເຂັ້ມຂົ້ນເຖີງ 50% ເພື່ອຈະຕິດໄຟ ເມື່ອມີການຮົ່ວໄຫຼ ແກ໊ສຈະປົນກັບເຂົ້າອາກາດມັນຈະເຮັດໃຫ້ມີຄວາມເຂັ້ມຂຸ້ນໜ້ອຍ ເຮັດໃຫ້ມັນບໍ່ຕິດໄຟຢ່າງສິ້ນເຊີງ ແກ໊ສMethane ເຊິ່ງເປັນແກ໊ສທີ່ຜະລິດໄດ້ 60%ຈາກໄບໂອແກ໊ສທັ້ງໝົດ ມັນຄຸນນະສົມບັດເບົາກວ່າອາກາດແລະ ຈະກະຈາຍເຂົ້າໄປໃນບັນຍາກາດທັນທີຖ້າປ່ອຍຈາກເຄື່ອງໃຊ້ໂດຍບໍ່ມີຜົນໃດໆ ແກ໊ສເປັນສິ່ງເກີດຂື້ນຕາມທຳມະຊາດໃນບໍລິເວນກອງຂີ້ເຫຍື້ອ ສະຖານທີ່ກຳຈັດສິ່ງເສດເຫຼືອ ແລະ ຂີ້ເຫຍື້ອຢູ່ຕະຫຼອດເວລາ ແລະ ນີ້ແມ່ນເປັນເອກະລັກສະເພາະຂອງລະບົບລາວໄບໂອແກ໊ສ ເພາະວ່າພວກເຮົາກຳລັງໝູນນຳໃຊ້ພະລັງງານຂອງອາຍແກັສທີ່ໄດ້ໃຫ້ເກີດສະພາວະເຮືອນແກ້ວ (methane) ໃຫ້ໄດ້ປະສິດຕິພາບກ່ອນທີ່ມັນຈະປ່ອຍລົງສູ່ບັນຍາກາດ.
ເງື່ອນໄຂຕ່າງໆ
ສຳຫຼັບການສັ່ງສິນຄ້າ ລູກຄ້າແມ່ນເປັນຜູ້ຮັບຜິດຊອບພາສີນຳເຂົ້າ ແລະ ຄ່າໃຊ້ຈ່າຍເອງ
ໃນການສ່ວນລະບົບການນຳສົ່ງແມ່ນຈະນຳໃຊ້ທາງຍົນ ໃນເງື່ອນໄຂ DDU ຄືສົ່ງຢ່າງດຽວລູກຄ້າຊໍຳລະພາສີເອງ
ຫາກທ່ານບໍ່ພໍໃຈໃນສິນຄ້າ ທາງເຮົາຍິນດີທີ່ຈະຍົກເລີກການສັ່ງຊື້ໄດ້ກ່ອນນຳສົ່ງ ໂດຍຈະຄືນເງີນເຕັມຈຳນວນໃນ 30 ວັນ ຫຼຶ ໄວກວ່ານັ້ນ (ສະເພາະຄ່າສິນຄ້າເທົ່ານັ້ນຈະບໍ່ລວມຄ່າຈັດສົ່ງ) ຫາກມີການຈັດສົ່ງແລ້ວ ລູກຄ້າຈະຕ້ອງແມ່ນເປັນຜູ້ຮັບຊອບໃນການສົ່ງເຄື່ອງຄືນ ໂດຍບໍ່ມີການຄືນເງີນຄ່າສົ່ງ ໂດຍເງື່ອນໄຂການນຳສົ່ງຄືນ ສິນຄ້າແມ່ນຈະຕ້ອງມີສະພາບສົມບູນ ບໍ່ມີຄວາມເສຍຫາຍເພພັງ ໃຫ້ຢູ່ໃນສະພາບຄືກັບຕອນຮັບເຄືອງມາທຳອິດ ແລະ ແມ່ນຈະຕ້ອງໄດ້ຜ່ານການກວດສອບສະພາບສິນຄ້າ ທ່ານຈືງຈະໄດ້ຮັບການໂອນເງີນຄືນ ທ່ານຈະຕ້ອງໄດ້ເຮັດບົດບັນທຶກທີີ່ລາຍລະອຽດສິນຄ້າ ເລກປະຈຳສິນຄ້າ, ເຫດຜົນການສົ່ງຄືນ ຫຼື ທ່ານມີຄວາມປະສົງທີ່ຈະປ່ຽນສິນຄ້າ ໃຫ້ທ່ານສົ່ງບົດບັນທຶກມາທີ່ support@laobiogas.com ມາພ້ອມກັບຊື່ ແລະ ລະຫັດສິນຄ້າຂອງທ່ານ ຫາກເປັນໄປໄດ້ລົບກວນສົ່ງມາຍັງທີ່ຢູ່ 142 ຫນ່ວຍ8 ບ້ານ ສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ
ທ່ານຈະໄດ້ຮັບເງີນຄືນຫຼັງຈາກໄດ້ມີການກວດສອບເປັນທີ່ຮຽບຮ້ອຍແລ້ວ ທ່ານຈະໄດ້ຮັບ ອີເມວແຈ້ງວ່າທາງພວກເຮົາໄດ້ຮັບ ຫຼື ປະຕິເສດ ສິນຄ້າຄືນແລ້ວ ຫາກທ່ານຜ່ານທາງເຮົາຈະດຳເນີນການໂອນເງີນໃຫ້ ພາຍໃນ 2 ຫາ 5 ວັນ ໂດຍຈະໂອນເງີນເປັນສະກຸນໂດລ່າສະຫະລັດ ຈະບໍ່ນຳໃຊ້ເງີນສະກຸນອື່ນໆ ໃນກໍລະນີທີ່ທ່ານໄດ້ຮັບເງີນຊ້າ ຫຼື ບໍ່ໄດ້ຮັບ ລົບກວນໃຫ້ທ່ານກວດເບີ່ງເລກບັນຊີທະນາຄານຂອງທ່ານຄືນ ຫຼື ຕິດຕໍ່ຫາທະນາຄານທີ່ທ່ານໄດ້ໃຊ້ບໍລິການ ຫາກທ່ານດຳເນີນການທາງທັ້ງໝົດແລ້ວແຕ່ຍັງບໍ່ສຳເລັດ ໃຫ້ທ່ານຕິດຫາເຮົາ support@laobiogas.com
ເຄື່ອງລາວໄບໂອແກ໊ສ ທຸກລຸ່ນ ແມ່ນໄດ້ຮັບການປະກັນຈາກ ບໍລິສັດລາວ ອິໂຄເທັກ ຂາເຂົ້າ ຂາອອກ ຈຳກັດຜູ້ດຽວ ເຊີ່ງການຮັບປະກັນປະກອບໄປດ້ວຍ
1. ການຮັບປະກັນຕົວສິນຄ້າ
ບໍລິສັດ ລາວອິໂຄເທັກ ແມ່ນມີໄລຍະຮັບປະກັນລູກຄ້າໄດ້ 36ເດືອນ ນັບແຕ່ເມື່ອທີ່ໄດ້ມີການນຳສົ່ງຕິດຕັ້ງສິນຄ້າແລ້ວ ທາງບໍລິສັດແມ່ນຕ້ອງໄດ້ກຽມການບໍລິການຕິດຕັ້ງໃຫ້ກັບລູກຄ້າ
1.1 ການຕິດຕັ້ງ ທາງບໍລິສັດຈະຕ້ອງມີຄູ່ມືບັນລະຍາຍສິນຄ້າໃຫ້ກັບລູກຄ້າ ພ້ອມໃຫ້ຄໍຳແນະນຳຕະຫຼອດອາຍຸການຮັບປະກັນ
1.2 ການຊ່ອມແປງ ທາງບໍລິສັດຈະຕ້ອງມີການຊ່ອມແປງໃຫກັບລູກຄ້າຕະຫຼອດໄລຍະຮັບປະກັນ ແຕ່ຖ້າລູກຄ້າມີຄວາມປະສົງຕ້ອງການເຄື່ອຍຢ້າຍ ລູກຄ້າແມ່ນຈະຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍ ສະນັ້ນລູກຄ້າຈະຕ້ອງປຶກສາກັບບໍລິສັດໃຫ້ແນ່ໃຈກ່ອນເລືອກພື້ນທີ່ໃນການຕິດຕັ້ງ
2. ຂອບເຂດການຮັບປະກັນ
ການຮັບປະກັນສິນຄ້າມີຜົນສະເພາະກັບບໍລິສັດ ແລະ ລູກຄ້າເທົ່ານັ້ນໂດຍຈະບໍ່ຖືກຂະຫຍາຍໄປຫາບຸກຄົນອື່ນໆ ພວກເຮົາຈະຮັບປະກັນສະເພາະ ການນຳໃຊ້, ຄວາມເໝາະສົມ ແລະ ປະສິດທິພາບຂອງສິນຄ້າ ນອກຈາກນັ້ນລູກຄ້າຈະຕ້ອງຮັບຜິດຊອບເອົງ ເຊັ່ນການທົດສອບຕາມຄວາມປະສົງຂອງລູກຄ້າ ແລະ ທາງພວກເຮົາຈະຮັບຜິດຊອບສະເພາະ
1) ອຸປະກອບຕ່າງທີ່ໃຊ້ໃນການຕິດຕັ້ງທີ່ບໍ່ສົມບູນ
2) ຄວາມເສຍຫາຍທີ່ເກິດຈາກການຕິດຕັ້ງ, ອຸບັດເຫດ, ການຊ້ອມບຳລຸງ, ການເກິດໄຟ ຫຼື ຄວາມເສດຫາຍອັນເກິດຈາກເຫດບໍ່ຄາດຄຶດ
3) ອຸປະກອບເສີມອື່ນໆທີ່ບໍ່ກ່ຽວກັບລະບົບທາງເຮົາຈະບໍ່ຮັບຜິດຊອບ
4) ການດັດແປງແກ້ໄຂໂດຍບໍ່ໄດ້ມີການແຈ້ງພວກເປັນລາຍລັກອັກສອນທາງເຮົາຈະບໍຮັບຜິດຊອບ
5) ການດັດແປງຕົວລະບົບກົນໄກການເຮັດວຽກຂອງລະບົບເຮົາຈະບໍ່ຮັບຜິດຊອບ
6) ການຊ້ອມແປງລະບົບຈາກຜູ້ອື່ນທີ່ບໍແມ່ນທີມງານຂອງເຮົາ ທາງເຮົາຈະບໍ່ຮັບຜິດຊອບ
7) ບໍ່ແຈ້ງຄວາມເສຍຫາຍກ່ອນຮັບເຄື່ອງ ເຊັ່ນ ຮອຍຂາດ ທາງເຮົາຈະບໍ່ຮັບຜິດຊອບ
3. ບໍລິການຫຼັງໝົດອາຍຸການຮັບປະກັນ
ແມ່ນຈະຕ້ອງເປັນທີມງານຂອງບໍລິສັດລາວອີໂຄເທັກ ຫຼື ທີມງານທີ່ລາວອີໂຄເທັກຈັດຫາມາ ການຮັບປະກັນນີ້ບໍ່ລວມ ການຕິດຕັ້ງເຄື່ອໃດໆ
4. ເອກກະສານການຮັບປະກັນ
ທີ່ໄດ້ກຽມໂດຍບໍລິສັດລາວອິໂຄເທັກ ເປັນການຮັບປະກັນ ແລະ ໄດ້ຮັບການຄຸ້ມຄອງຄວາມຮັບຜິດຊອບພິເສດ ເພື່ອຜົນປະໂຫຍດຫຼືຄວາມຕ້ອງການໂດຍມີຄວາມປະສົງທີ່ເປັນສັນຍາລັກ, ແລະ ແມ່ນຢູ່ໃນຂໍ້ຜູກພັນທັງສອງຝ່າຍ
5. ສຳຫຼັບການບໍລິການ
ກະລຸນາຕິດຕໍ່ຫາ ບໍລິສັດ ຫຼື ຕົວແທນຈຳໜ່າຍລະບົບລາວໄບໂອແກ໊ສ ເຊີ່ງແມ່ນໄດ້ທີ່ລະບຸຈຳ ນວນຕົວແບບແລະເລກ ລຳດັບທີ່ໄວ້ໃນແຜ່ນປ້າຍຊື່ທີ່ຕິດກັບກ່ອງຂອງສິນຄ້າ
ສະພາບອາກາດ
