
ຂໍ້ມູນທາງເຕັກນິກ
ປະລິມານນ້ຳຕໍ່ການກົດ
1.2ລິດ ຫຼື 0.3 ແກລອນ
ຜະລິດແກ໊ສໄດ້ສູງສຸດຕໍ່ມື້
300 ລິດ
ໄລຍະການຕິດຕັ້ງໄບໂອທອຍເລດກັບລາວໄບໂອແກ໊ສ
ໄດ້ໄກ 7ແມັດ ຫຼື 23 ຟຸດ
ປ່ອຍຂອງແຫຼວຫຼັງຈາກຢ່ອຍສະຫຼາຍ
30 ລິດ ຫຼື 8 ແກລອນ ຕໍ່ມື້
ກ່ອງບັນຈຸ: 51x53x43 cm / 20x21x17 in
ຄຳຖາມທີ່ໄດ້ພົບບ່ອຍ
ໄດ້ແທ້ ເພາະເຄື່ອງໄບໂອທອຍເລດອອກແບບມາໃຫ້ ນຳໃຊ້ນອກລະບົບໄດ້
ທ່ານສາມາດນຳໃຊ້ໄບໂອທອຍເລດແບບປ້ຳມື ເຊີງຈະດູດນ້ຳຈາກຖັງນ້ຳທີ່ທ່ານກຽມໄວ້
ໂດຍທີ່ບໍ່ຕ້ອງເຊື່ອມຕໍ່ກັບລະບົບນ້ຳ ຫຼື ລະບົບໄຟຟ້າເລີຍ
ລະບົບຂອງພວກເຮົາຈະບໍ່ຄືລະບົບຫ້ອງນ້ຳທົ່ວໄປ
ຍ້ອນວ່າລະບົບຂອງເຮົາຈະທຳການຍ່ອຍສະຫຼາຍອົງຄະທາດໂດຍສົມບູນກ່ອນຖືກປ່ອຍສູ່ສິ່ງແວດລ້ອມ
ຖ້າຫາກທ່ານເຄີຍໄດ້ໃສ່ເສດອາຫານລົງເຄື່ອງລາວໄບໂອແກ໊ສ ຈຳນວນ 6ລິດ ຫຼື 1.5ແກລອນ ຕໍ່ມື້
ເຮົາຂອງແນະນຳໃຫ້ທ່ານນຳໃຊ້້ຫ້ອງນ້ຳໄບໂອທອຍເລດ 20ເທື່ອ ຕໍ່ມື້ ແຕ່ຖ້າທ່ານບໍ່ໄດ້ໃສ່ເສດອາຫານ ສາມາດນຳໃຊ້ໄດ 30ເທື່ອຕໍ່ມື້
ຖ້າຈະໃຫ້ດີແທ້ ໃຫ້ຢູ່ໄກ້ກັນຫຼາຍສຸດ ແຕ່ຖ້າບໍ່ໄດ້ ກໍບໍ່ໃຫ້ກາຍ 7ແມັດ ຫຼື 23 ຟຸດ
ແລະຕົວໄບໂອທອຍເລດແມ່ນຕ້ອງໄດ້ຢູ່ສູງກວ່າລາວໄບໂອແກ໊ສ ຢ່າງຕ່ຳ 2ແມັດ ຫຼື 6.5 ຟຸດ ຫຼືຫຼາຍກວ່ານັ່ນຖ້າຕ້ຶອງການ
ເງື່ອນໄຂຕ່າງໆ
ເຄື່ອງລາວໄບໂອແກ໊ສ ທຸກລຸ່ນ ແມ່ນໄດ້ຮັບການປະກັນຈາກ ບໍລິສັດລາວ ອິໂຄເທັກ ຂາເຂົ້າ ຂາອອກ ຈຳກັດຜູ້ດຽວ ເຊີ່ງການຮັບປະກັນປະກອບໄປດ້ວຍ
1. ການຮັບປະກັນຕົວສິນຄ້າ
ບໍລິສັດ ລາວອິໂຄເທັກ ແມ່ນມີໄລຍະຮັບປະກັນລູກຄ້າໄດ້ 36ເດືອນ ນັບແຕ່ເມື່ອທີ່ໄດ້ມີການນຳສົ່ງຕິດຕັ້ງສິນຄ້າແລ້ວ ທາງບໍລິສັດແມ່ນຕ້ອງໄດ້ກຽມການບໍລິການຕິດຕັ້ງໃຫ້ກັບລູກຄ້າ
1.1 ການຕິດຕັ້ງ ທາງບໍລິສັດຈະຕ້ອງມີຄູ່ມືບັນລະຍາຍສິນຄ້າໃຫ້ກັບລູກຄ້າ ພ້ອມໃຫ້ຄໍຳແນະນຳຕະຫຼອດອາຍຸການຮັບປະກັນ
1.2 ການຊ່ອມແປງ ທາງບໍລິສັດຈະຕ້ອງມີການຊ່ອມແປງໃຫກັບລູກຄ້າຕະຫຼອດໄລຍະຮັບປະກັນ ແຕ່ຖ້າລູກຄ້າມີຄວາມປະສົງຕ້ອງການເຄື່ອຍຢ້າຍ ລູກຄ້າແມ່ນຈະຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍ ສະນັ້ນລູກຄ້າຈະຕ້ອງປຶກສາກັບບໍລິສັດໃຫ້ແນ່ໃຈກ່ອນເລືອກພື້ນທີ່ໃນການຕິດຕັ້ງ
2. ຂອບເຂດການຮັບປະກັນ
ການຮັບປະກັນສິນຄ້າມີຜົນສະເພາະກັບບໍລິສັດ ແລະ ລູກຄ້າເທົ່ານັ້ນໂດຍຈະບໍ່ຖືກຂະຫຍາຍໄປຫາບຸກຄົນອື່ນໆ ພວກເຮົາຈະຮັບປະກັນສະເພາະ ການນຳໃຊ້, ຄວາມເໝາະສົມ ແລະ ປະສິດທິພາບຂອງສິນຄ້າ ນອກຈາກນັ້ນລູກຄ້າຈະຕ້ອງຮັບຜິດຊອບເອົງ ເຊັ່ນການທົດສອບຕາມຄວາມປະສົງຂອງລູກຄ້າ ແລະ ທາງພວກເຮົາຈະຮັບຜິດຊອບສະເພາະ
1) ອຸປະກອບຕ່າງທີ່ໃຊ້ໃນການຕິດຕັ້ງທີ່ບໍ່ສົມບູນ
2) ຄວາມເສຍຫາຍທີ່ເກິດຈາກການຕິດຕັ້ງ, ອຸບັດເຫດ, ການຊ້ອມບຳລຸງ, ການເກິດໄຟ ຫຼື ຄວາມເສດຫາຍອັນເກິດຈາກເຫດບໍ່ຄາດຄຶດ
3) ອຸປະກອບເສີມອື່ນໆທີ່ບໍ່ກ່ຽວກັບລະບົບທາງເຮົາຈະບໍ່ຮັບຜິດຊອບ
4) ການດັດແປງແກ້ໄຂໂດຍບໍ່ໄດ້ມີການແຈ້ງພວກເປັນລາຍລັກອັກສອນທາງເຮົາຈະບໍຮັບຜິດຊອບ
5) ການດັດແປງຕົວລະບົບກົນໄກການເຮັດວຽກຂອງລະບົບເຮົາຈະບໍ່ຮັບຜິດຊອບ
6) ການຊ້ອມແປງລະບົບຈາກຜູ້ອື່ນທີ່ບໍແມ່ນທີມງານຂອງເຮົາ ທາງເຮົາຈະບໍ່ຮັບຜິດຊອບ
7) ບໍ່ແຈ້ງຄວາມເສຍຫາຍກ່ອນຮັບເຄື່ອງ ເຊັ່ນ ຮອຍຂາດ ທາງເຮົາຈະບໍ່ຮັບຜິດຊອບ
3. ບໍລິການຫຼັງໝົດອາຍຸການຮັບປະກັນ
ແມ່ນຈະຕ້ອງເປັນທີມງານຂອງບໍລິສັດລາວອີໂຄເທັກ ຫຼື ທີມງານທີ່ລາວອີໂຄເທັກຈັດຫາມາ ການຮັບປະກັນນີ້ບໍ່ລວມ ການຕິດຕັ້ງເຄື່ອໃດໆ
4. ເອກກະສານການຮັບປະກັນ
ທີ່ໄດ້ກຽມໂດຍບໍລິສັດລາວອິໂຄເທັກ ເປັນການຮັບປະກັນ ແລະ ໄດ້ຮັບການຄຸ້ມຄອງຄວາມຮັບຜິດຊອບພິເສດ ເພື່ອຜົນປະໂຫຍດຫຼືຄວາມຕ້ອງການໂດຍມີຄວາມປະສົງທີ່ເປັນສັນຍາລັກ, ແລະ ແມ່ນຢູ່ໃນຂໍ້ຜູກພັນທັງສອງຝ່າຍ
5. ສຳຫຼັບການບໍລິການ
ກະລຸນາຕິດຕໍ່ຫາ ບໍລິສັດ ຫຼື ຕົວແທນຈຳໜ່າຍລະບົບລາວໄບໂອແກ໊ສ ເຊີ່ງແມ່ນໄດ້ທີ່ລະບຸຈຳ ນວນຕົວແບບແລະເລກ ລຳດັບທີ່ໄວ້ໃນແຜ່ນປ້າຍຊື່ທີ່ຕິດກັບກ່ອງຂອງສິນຄ້າ
ຫາກທ່ານບໍ່ພໍໃຈໃນສິນຄ້າ ທາງເຮົາຍິນດີທີ່ຈະຍົກເລີກການສັ່ງຊື້ໄດ້ກ່ອນນຳສົ່ງ ໂດຍຈະຄືນເງີນເຕັມຈຳນວນໃນ 30 ວັນ ຫຼຶ ໄວກວ່ານັ້ນ (ສະເພາະຄ່າສິນຄ້າເທົ່ານັ້ນຈະບໍ່ລວມຄ່າຈັດສົ່ງ) ຫາກມີການຈັດສົ່ງແລ້ວ ລູກຄ້າຈະຕ້ອງແມ່ນເປັນຜູ້ຮັບຊອບໃນການສົ່ງເຄື່ອງຄືນ ໂດຍບໍ່ມີການຄືນເງີນຄ່າສົ່ງ ໂດຍເງື່ອນໄຂການນຳສົ່ງຄືນ ສິນຄ້າແມ່ນຈະຕ້ອງມີສະພາບສົມບູນ ບໍ່ມີຄວາມເສຍຫາຍເພພັງ ໃຫ້ຢູ່ໃນສະພາບຄືກັບຕອນຮັບເຄືອງມາທຳອິດ ແລະ ແມ່ນຈະຕ້ອງໄດ້ຜ່ານການກວດສອບສະພາບສິນຄ້າ ທ່ານຈືງຈະໄດ້ຮັບການໂອນເງີນຄືນ ທ່ານຈະຕ້ອງໄດ້ເຮັດບົດບັນທຶກທີີ່ລາຍລະອຽດສິນຄ້າ ເລກປະຈຳສິນຄ້າ, ເຫດຜົນການສົ່ງຄືນ ຫຼື ທ່ານມີຄວາມປະສົງທີ່ຈະປ່ຽນສິນຄ້າ ໃຫ້ທ່ານສົ່ງບົດບັນທຶກມາທີ່ support@laobiogas.com ມາພ້ອມກັບຊື່ ແລະ ລະຫັດສິນຄ້າຂອງທ່ານ ຫາກເປັນໄປໄດ້ລົບກວນສົ່ງມາຍັງທີ່ຢູ່ 142 ຫນ່ວຍ8 ບ້ານ ສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ
ທ່ານຈະໄດ້ຮັບເງີນຄືນຫຼັງຈາກໄດ້ມີການກວດສອບເປັນທີ່ຮຽບຮ້ອຍແລ້ວ ທ່ານຈະໄດ້ຮັບ ອີເມວແຈ້ງວ່າທາງພວກເຮົາໄດ້ຮັບ ຫຼື ປະຕິເສດ ສິນຄ້າຄືນແລ້ວ ຫາກທ່ານຜ່ານທາງເຮົາຈະດຳເນີນການໂອນເງີນໃຫ້ ພາຍໃນ 2 ຫາ 5 ວັນ ໂດຍຈະໂອນເງີນເປັນສະກຸນໂດລ່າສະຫະລັດ ຈະບໍ່ນຳໃຊ້ເງີນສະກຸນອື່ນໆ ໃນກໍລະນີທີ່ທ່ານໄດ້ຮັບເງີນຊ້າ ຫຼື ບໍ່ໄດ້ຮັບ ລົບກວນໃຫ້ທ່ານກວດເບີ່ງເລກບັນຊີທະນາຄານຂອງທ່ານຄືນ ຫຼື ຕິດຕໍ່ຫາທະນາຄານທີ່ທ່ານໄດ້ໃຊ້ບໍລິການ ຫາກທ່ານດຳເນີນການທາງທັ້ງໝົດແລ້ວແຕ່ຍັງບໍ່ສຳເລັດ ໃຫ້ທ່ານຕິດຫາເຮົາ support@laobiogas.com
ສຳຫຼັບການສັ່ງສິນຄ້າ ລູກຄ້າແມ່ນເປັນຜູ້ຮັບຜິດຊອບພາສີນຳເຂົ້າ ແລະ ຄ່າໃຊ້ຈ່າຍເອງ
ໃນການສ່ວນລະບົບການນຳສົ່ງແມ່ນຈະນຳໃຊ້ທາງຍົນ ໃນເງື່ອນໄຂ DDU ຄືສົ່ງຢ່າງດຽວລູກຄ້າຊໍຳລະພາສີເອງ
ລະບົບທໍ່ນ້ຳຖີ້ມ
ນ້ຳທີ່ອອກມານັ້ນສາມາດເປັນຝຸ່ນໄດ້ ຫຼັງຈາກຜ່ານກະບວນການຢ່ອຍສະຫຼາຍເພື່ອຜະລິດແກ໊ສ ແຕ່ຕ້ອງໄດ້ມີການຈັດການເພີ່ມກ່ອນໄດ້ນຳໃຊ້ ແລະ ຫ້າມບໍ່ໃຫ້ແຕະຕ້ອງໂດຍກົງ ສະນັ້ນເຮົາຈືງມີ 3ທາງເລືອກໃນການຈັດການນ້ຳຖີ້ມໃຫ້ກັບທ່ານ
ວີທີທີ່1 ເຊື່ອມຕໍ່ໂດຍກົງລະບົບທໍ່ນ້ຳຖີ້ມກັບລະບົບລະບາຍນ້ຳຂອງຊຸມຊົນ

ວິທີທີ່2 ເຊື່ອງຕໍ່ແຍກເຂົ້າມາເກັບໃນຖັງອາໂຈມໃນເຮືອນຂອງທ່ານ

ວິທີທີ່2 ເຊື່ອງຕໍ່ແຍກເຂົ້າມາເກັບໃນຖັງອາໂຈມໃນເຮືອນຂອງທ່ານ

ພວກເຮົາຢາກຈະຂໍແນະນຳວິທີການທີ່3 ຫຼາຍສຸດ ທ່ານສາມາດເຮັດໄດ້ດ້ວຍຕົວທ່ານເອງ ທາງລາວໄບໂອແກ໊ສສາມາດແນະນຳແບບໃຫ້ທ່ານໄດ້ ອີກທັ້ງເຮົາສາມາດປູກຜັກຢູ່ທາງເທີງໄດ້ອິກ
Reviews
There are no reviews yet.