Skip to main content

ມາຮຽນຮູ້ນຳກັນວ່າ ໂຮມໄບໂອແກ໊ສງ່າຍໃນການໃຊ້ງານສ່ຳໃດ

ຄຳຖາມຍອດນິຍົມ

ໄບໂອແກ໊ສຄືແກ໊ສທີ່ເກີດຈາກການຢ່ອຍສະຫຼາຍຂອງສານອິນຊີໂດຍແບກທິເລຍທີ່ບໍ່ໃຊ້ອ໋ອກສິເຈນ (ກະບວນການຢ່ອຍສະຫຼາຍແບບແອນແນລໍບິກ) ໄບໂອແກ໊ສເມື່ອຕິດໄຟຈະມີຄວັນນ້ອຍ ການຕິດໄຟແມ່ນຕ້ອງອາໄສຄວາມໜາແນ່ນ 60% ຂອງມີເທນ ແລະ ຈະໃຫ້ເປວໄຟສີຟ້າ ມີຄຸນສົມບັດແຕກຕ່າງຈາກ LPG ຫຼື ແກ໊ສທຳມະຊາດ ເພາະມີນ້ຳໜັກເບົາກວ່າ ອາກາດ 20%ແລະ ລະບົບໂຮມໄບໂອແກ໊ສເປັນລະບົບທີ່ແປສະພາບສິງເສດເຫຼືອຊີວະພາບ ໃຫ້ກາຍເປັນແກ໊ສໃນການເຮັດອາຫານ ແລະ ຝຸ່ນນ້ຳຊີວະພາບມານຳໃຊ້ໃນສວນຂອງທ່ານ
ອຸນນະຫະພູມທີ່ເໝາະສົມ (ໂດຍປະມານບໍ່ຕ່ຳກວ່າ 20ອົງສາເຊວຊຽດ ຫຼື 68ອົງສາຟາເລນຮາຍ ທັ້ງກາງວັນ ແລະ ກາງຄືນ) ລະບົບໂຮມໄບໂອແກ໊ສຈະເຮັດວຽກໄດ້ເຕັມປະສິດທິພາບ ພື້ນທີ່ນຳໃຊ້ລະບົບໂຮມໄບໂອແກ໊ສ ຍາວ 2.10ມ ກວ້າງ 1.2ມ (ຍາວ6.8ຟຸດ ກວ້າງ3.7ຟຸດ) ແລະ ຈະຕ້ອງເປັນພື້ນທີ່ພາຍນອກ ຢູ່ໃນລັດສະໝີ 20ມ ຈາກບໍລິເວນເຕົາ ຫຼື ຫ້ອງຄົວ ແລະ ຂໍ້ສຸດທ້າຍ ແມ່ນຕ້ອງເປັນພື້ນທີ່ທີ່ ຫາສິ່ງເສດເຫຼືອງ່າຍ ເພື່ອເອົາມາໃສ່ໃນເຄື່ອງໂຮມໄບໂອແກ໊ສ ທ່ານສາມາດໃຊ້ຂີ້ເຫຍືອຈາກເຮືອນຄົວ ຫຼື ຫາກທ່ານມີຟາມນ້ອຍໆ ທ່ານສາມາດນຳມູນສັດມາໃຊ້ໄດ້ຄືກັນ
ລະບົບໂຮມໄບໂອແກ໊ສບໍ່ແມ່ນຜະລິດໄດ້ສະເພາະແກ໊ສເທົ່ານັ້ນແຕ່ຍັງສາມາດຜະລິດຝຸ່ນນ້ຳອໍການິກທີ່ອຸດົມສານອາຫານເຊີງເປັນປະໂຫຍດຕໍ່ການປູກຝັ່ງ ພືດສາມາດດູດຊັບໄດ້ງ່າຍເພາະຢູ່ໃນຮູບແບບນ້ຳ ສາມາດໃຊ້ທົດແທນຝຸ່ນມູນສັດໄດ້ ອີກທັ້ງຍັງມີຄຸນສົມບັດໃນຫຼຸດພະຍາດຂອງພືດໄດ້ ຝຸ່ນນ້ຳຈະຖືກຜະລິດອອກຈາກເຄື່ອງໂດຍອັດຕະໂນມັດ ແລະ ຈະອອກມາຕາມຈຳນວນທີ່ທ່ານໃສ່ສິ່ງເສດເຫຼືອເຂົ້າໄປຕໍ່ວັນ ຕົວຢ່າງທ່ານໃສ່ສິ່ງເສດເຫຼືອຈຳນວນ 12ລິດຕໍ່ວັນ ທ່ານຈະໄດ້ຝຸ່ນນ້ຳອອກມາ 12ລິດຕໍ່ວັນ ຄຸນນະພາບຂອງຝຸ່ນແມ່ນເກີດຈາກຄວາມຫຼາກຫຼາຍຂອງເສດອາຫານທີ່ນຳມາໃສ່ ຖ້າສິ່ງເສດເປັນຂອງຄົນ ຂໍໃຫ້ທ່ານປຶກສາກັບທາງທີມເຕັກນິກ ເພື່ອຈັດການການນຳໃຊ້ຝຸ່ນໃຫ້ຮຽບຮ້ອຍ ເພາະຝຸ່ນທີ່ໄດ້ອອກມານັ້ນບໍ່ສາມາດນຳໃຊ້ໄດ້ໂດຍກົງ ເຮົາເອີ້ນຝຸ່ນຕົວນີ້ວ່າ ຝຸ່ນຊີວະພາບເພາະ ສານຊີວະພາບທີ່ໄດ້ຈາກ ສິ່ງເສດເຫຼືອຊີວະພາບ ເຊີ່ງເຮົາໄດ້ຮັບການຮັບຮອງຈາກໜ່ວຍງານພາຍນອກວ່າຝຸ່ນຂອງພວກເຮົາໄດ້ລະດັບມາດຕະຖານ “ສິ່ງເສດເຫຼືອໍການິກ” ແມ່ນເປັນວັດທຸດິບທີ່ເຄີຍມີຊີວິດມາກ່ອນ (ເສດພືດ) ຖ້າຂີ້ເຫຍືອໃນເຮືອນຄົວຂອງທ່ານມີແຕ່ຊີວະພາບ ນັ້ນແຫລະຄື ສິ່ງເສດເຫຼືອຊີວະພາບ
ໂຮມໄບໂອແກ໊ສທອຍເລດ ເປັນນະວັດຕະກຳໃໝ່ທີ່ບໍ່ເຄີຍມີມາກ່ອນ ສາມາດນຳໃຊ້ຮ່ວມກັບລະບົບລາວໄບໂອແກ໊ສໄດ້ ໂດຍໂຮມໄບໂອແກ໊ສທອຍເລດຈະຕໍ່ກົງຈາກວິດໃນຫ້ອງນ້ຳ ໂດຍໃຊ້ນ້ຳພຽງ 1.2ລີດ ຕໍ່ການກົດນ້ຳຕໍ່ເທື່ອ ເຮັດໃຫ້ທ່ານປະຢັດນ້ຳ ແລະ ໄດ້ຝຸ່ນນ້ຳເພີ່ມ ດ້ວຍວິທີການນີ້ເຮັດໃຫ້ຊ່ວຍຈັດການບັນຫາມົນລະພິດທີ່ເກິດຈາກມະນຸດໄດ້ ໂດຍໂຮມໄບໂອແກ໊ສທອຍເລດຈະມາພ້ອມທໍ່ເຊື່ອມຕໍ່ລະຫວ່າງຫ້ອງນ້ຳ ແລະ ຕົວລະບົບໂຮມໄບໂອແກ໊ສ ໂດຍທ່ານສາມາດຕໍ່ແຍກ ຫຼື ລວມທັ້ງລະບົບສຸກຂາ ຫຼື ສາມາດເພີ່ມພາຍຫຼັງໄດ້ຂະໜາດຂອງລະບົບ ກວ້າງ 52 ຍາວ 52 ສູງ 43 ເຊັນຕິເມດ ຫາກຕ້ອງການລາຍລະອຽດເພີ່ມເຕີມ ເຂົ້າໄປສືກສາໃຫ້ໜ້າເພຈ ໂຮມໄບໂອແກ໊ສທອຍເລດ ລາຄາລວມທຸກຢ່າງແລ້ວ 890 ໂດລາສະຫະລັດ

ເລີ່ມແນວໃດ

ທ່ານບໍ່ຈຳເປັນຕ້ອງຊ່ຽວຊານກໍ່ສາມາດຕິດຕັ້ງລະບົບໂຮມໄບໂອແກ໊ສໄດ້ ໃຫ້ເລີ່ມຕິດຕັ້ງຕາມຄູ່ມືທີ່ມີໃຫ້ ໃຫ້ເຮັດໄປຕາມຂັ້ນຕອນ ແລະ ໃຊ້ເວລາປະມານ 1 ຊົ່ວໂມງ ໃຊ້ຄົນຕິດຕັ້ງ 2 ຄົນ
ວິທີທີ່ດີທີ່ສຸດໃນການເລີ່ມຕົ້ນໃຊ້ງານລະບົບໂຮມໄບໂອແກ໊ສດ້ວຍແບກທິເລຍ ຄື ການໃຊ້ ມູນສັດ ທັ້ງສົດ ຫຼື ເກົ່າໂດຍປະມານ 100 ລິດ (ມູນງົວ ຫຼື ມ້າຈະດີຫຼາຍ) ນຳເຂົ້າໄປໃນລະບົບ ແລະ ລໍຖ້າ 3 ຫາ 4 ອາທິດ ໃຫ້ແບກທິເລຍໃນລະບົບໄດ້ຂະຢາກຕົວແລະເມື່ອທ່ານສາມາດຈຸດເຕົາໄດ້ແລ້ວ ໝາຍຄວາມວ່າລະບົບພ້ອມໃຊ້ງານທ່ານສາມາດເຕີມເສດອາຫານໄດ້ເລີຍ ຫາກທ່ານຫາເສດມູນສັດບໍ່ໄດ້ ທ່ານສາມາດຕິດຕໍ່ສັ່ງຊື້ຕົວສະຕາດເຕີຈາກເຮົາໄດ້ ສິິ່ງທີ່ທ່ານແມ່ນຕ້ອງຮູ້ໄວ້:
  • • ລະດູຮ້ອນແມ່ນເໝົາະສົມທີ່ສຸດທີ່ຈະເລີ່ມນຳໃຊ້ລະບົບໂຮມໄບໂອແກ໊ສ ສຳຫຼັບໃນອາທິດທຳອິດ ແລະ ສະພາບອາການແມ່ນຢູ່ໂດຍປະມານ 25ອົງສາ ຫຼືສູງກວ່າ
  • • ສຳຫຼັບ 2 ອາທິດທຳອິດ ໃສ່ເສດອາຫານໄດ້ສູງສຸດຕໍ່ມື້ 3ລິດ ເພື່ອໃຫ້ລະບົບໄດ້ເຮັດວຽກສູງສຸດ
  • • ລະບົບຈະເລີ່ມຜະລິດແກ໊ສໄດ້ໃນ 2 ຫາ 3 ອາທິດຫຼັງຈາກເລີ່ມຕົ້ນໃຊ້ລະບົບ ແຕ່ຂື້ນຢູ່ກັບສະພາບແວດລ້ອມ ແລະ ຄຸນນະພາບຂອງມູນສັດ
ມີເງື່ອນໄຂບໍ່ກີ່ຂໍ້ໃນການພິຈາລະນາພື້ນທີ່ສຳຫຼັບຕິດຕັ້ງ
  • • ຕົວລະບົບແມ່ນຕ້ອງຢູ່ຫ່າງຈາກເຕົາໂດຍປະມານ 20ມ
  • • ລະບົບແມ່ນຕ້ອງຕັ້ງໃກ້ໆ ເຮືອນຄົວ ເປັນໄປໄດ້ໃຫ້ສ້າງກຳແພງຈະດີສຸດ ແຕ່ບໍ່ໄດ້ກໍບໍ່ເປັນຢັງ
  • • ພື້ນທີ່ຕັ້ງຈະຕ້ອງບໍ່ມີສິ່ງກີດຂວາງ ເຊັ່ນ ຫິນ, ຮາກໄມ້ ແລະ ແປງຜັກ ຍ້ອນລະບົບເມື່ອເຕີມນ້ຳເຂົ້າແລ້ວຈະມີນ້ຳໜັກຫຼາຍເຖີງ 1,200 ກິໂລກຣາມ ຫາກພື້ນບໍ່ແນ່ນລະບົບຈະລົ້ມ
  • • ຈະຕ້ອງເວັ້ນພື້ນທີ່ໄວ້ ປະມານ 0.5ມ ຮອບຕົວລະບົບ ໂດຍສະເພາະສ່ວນບໍລິເວນເອົາຂີ້ເຫຍືອໃສ່ ແມ່ນຕ້ອງໃຫ້ເຮັດວຽກງ່າຍທີ່ສຸດ
  • • ແລະຈະຕ້ອງແມ່ນເປັນພື້ນທີ່ທີ່ມີນ້ຳ ຫຼື ສາຍຢາງເຂົ້າເຖີງ ໃກ້ກ໋ອກນ້ຳ
  • • ແມ່ນຕ້ອງໄດ້ກວດເຊັກຕະຫຼອດວ່າ ທໍ່ແກ໊ສຕ້ອງຢູ່ລະດັບດຽວກັນ ຫຼື ສູງກວ່າ ຕົວລະບົບເພາະວ່າມີຜົນຕໍ່ນ້ຳທີ່ຈະໄຫຼອອກທາງທໍ່ແກ໊ສ
ຫຼັງຈາກທ່ານໄດ້ຕິດຕັ້ງລະບົບແລ້ວ ລະບົບເລີ່ມກະບວນການຢ່ອຍສະຫຼາຍໂດຍແບກທີເລຍ ໃນຖັງໝັກຈາກນັ້ນຈະເລີ່ມສ້າງແກ໊ສ ການເລີ່ມຕົ້ນລະບົບແມ່ນເຮັດເທື່ອດຽວເທົ່ານັ້ນ

ການນຳໃຊ້ລາວໄບໂອແກ໊ສ

ທ່ານສາມາດໃຊ້ມູນສັດ ແລະ ເສດອາຫານໄດ້ທັ້ງສອງ ບໍ່ມີຂັ້ນຕ່ຳໃນການໃສ່ ແຕ່ມີການຈຳກັດປະລິມານສຸງສຸດຕໍ່ມື້ ຄື ເສດອາຫານ: 6 ລິດ / 1.5 ແກລອນ ຫຼື ມູນສັດ: 20 ລິດ / ແກລອນ ( ຜະສົມກັບນ້ຳໃນອັດຕາສ່ວນເທົ່າກັນ) ໃນເສດອາຫານທຸກໆ 1 ກິໂລກຣາມ ສາມາດສ້າງແກ໊ສໄດ້ໂດຍປະມານ 200 ລິດ ເຊີງເທົ່າກັບໄລຍະເວລາທີ່ສາມາດນໍຳໃຊ້ແກ໊ສໄດ້ 1 ຊົ່ວໂມງ ໂດຍປະມານ ທ່ານສາມາດໃສ່ເສດອາຫານຈຳພວກ ໃນໝາກໄມ້, ນົມ, ຊີ້ນ, ນ້ຳມັນປະກອບອາຫານ, ເປືຶອກໝາກໄມ້, ຜັກ ແລະ ໝາກໄມ້ ຫຼື ຂີ້ເຫຍືອປຽກອື່ນໆ ທ່ານ ບໍ່ຄວນໃສ່ ຂີ້ໄມ້, ເຟື່ອງ, ຝຸ່ນດິນ, ຮາກໄມ້, ເຈ້ຍ, ເຫຼັກ, ຢາງພາສຕິກ, ແກ້ວ, ຫຍ້າ ຫຼື ວັດທຸທີ່ບໍ່ແມ່ນຊີວະພາບອື່ນໆ ທ່ານຄວນຫຼີກລ່ຽງ ການໃສ່ເປື້ອກຂອງໝາກໄມ້ທີ່ລົດສົ້ມໃນຈຳນວນຫຼາຍ ເພາະ ເປືອກຈະມີຜົນຕໍ່ຄ່າ pH ແລະ ຍາກຕໍ່ການຢ່ອຍສະຫຼາຍ ໃນມູນສັດຄວນບໍ່ມີເສດດິນແຮ່ຊາຍ ແລະ ຕ້ອງມີຄວາມຊື້ນເພື່ອໃຫ້ເກິດການໝັກເນົ່າ ຖ້າທ່ານມີອຸປະກອນເສີມໃໝ່ຂອງລາວໄບໂອແກ໊ສ ຄື ລຸ່ນ ໄບໂອທອຍເລດ ທ່ານສາມາດສືກສາຂໍ້ມູນຕື່ມໄດ້ໃນເວບໄຊນີ້
ເຄື່ອງລາວໄບໂອແກ໊ສທຸກລຸ່ນຈະເຕົາລາວໄບໂອແກ໊ສມາໃຫ້ພ້ອມທໍ່ແກ໊ສ ເຊີ່ງສາມາດປະກອບ ແລະ ນຳໃຊ້ໄດ້ເລີຍກັບລະບົບ ງ່າຍແລະບໍຕ້ອງການເຕັກນິກຢັງຫຼາຍ ເຕົາແກ໊ສສ່ວນໃຫຍ່ທີ່ໄດ້ນຳໃຊ້ເອວພີຈີ/ໂພເພນ ແມ່ນສາມາດແປງໃຫ້ນຳໃຊ້ກັບລະບົບລາວໄບໂອແກ໊ສໄດ້ ແຕ່ຈັ່ງໃດກາຕາມເຮົາຢາກແນະນຳໃຫ້ທ່ານໃຊ້ເຕົາທີ່ທາງເຮົາໄດ້ກຽມໄວ້ໃຫ້ກັບລະບົບລາວໄບໂອແກ໊ສ ເຊີງສາມາດຄວບຄຸມລະດັບພະລັງງານຄວາມຮ້ອນສູງສຸດໄດ້ 4.4 ກິໂລວັດຕໍ່ຊົ່ວໂມງ ເຊີງເຕົາທົ່ວໄປສາມາດເຮັດ 1 ຫາ 2 ກິໂລວັດຕໍ່ຊົ່ວໂມງເທົ່ານັ້ນ ກະລຸນາກວດເຊັກຄູ່ມືການນຳໃຊ້ ແລະ ລະມັດລະວັງການນຳໃຊ້ ບໍ່ສາມາດສະຫຼັບປ່ຽນລະບົບລາວໄບໂອແກ໊ສ ກັບ ແອວພີຈີໃນເຕົາດຽວກັນ ເພາະຄຸນນະສົມບັດຂອງໄບໂອແກ໊ສ ແລະ ແກ໊ສທົ່ວໄປບໍ່ຄືກັນ ເພື່ອໃຫ້ເຂົ້າໃຈກົງກັນຄວນເລືອກໃຊ້ເຕົາຕາມທີ່ທາງເຮົາແນະນຳໃຫ້ ສາມາດເຂົ້າມາເບີ່ງໄດ້ໃນຫົວຂໍ້ ຊະນິດເຕົາໄບໂອແກ໊ສ
ທ່ານສາມາດໃສ່ເສດອາຫານໄດ້ເຖີງ 6 ລິດ / 1.5 ແກລອນ ຫຼື ເສດມູນສັດ 20 ລິດ / 5 ແກລອນ (ແມ່ນຈະຕ້ອງໄດ້ປົ້ນກັບນ້ຳໃນອັດຕາສ່ວນທີ່ເທົ່າກັນສະເໝີ) ທ່ານສາມາດຮວມມູນສັດກັບເສດຂີ້ເຫຍືອຈາກຫ້ອງຄົວໄດ້ໃນລະບົບດຽວກັນ ໃນໜື່ງກິໂລກຣາມສາມາດຜະລິດ ແກ໊ສໄດ້ 200 ລິດ ສາມາດໃຊ້ປະມານ 1 ຊົ່ວໂມງ ເຕົາສາມາດເຮັດກິນໄດ້ 2 ຊົ່ວໂມງຕໍ່ວັນ ລວມໃຫ້ພະລັງງານແກ໊ສ 700 ລິດ ຫຼຶ 3850 ແຄລໍລີ່ ຫຼື 4.4 ກິໂລວັດຕໍ່ໍຊົ່ວໂມງ ຫຼື 15.4 ເມກາຈູນ ລະບົບບໍ່ໄດ້ກຳໜົດການໃສ່ເສດອາຫານຕ່ຳສຸດແກ໊ສຈະໄດ້ຫຼາຍນ້ອຍຂື້ນຢູ່ກັບວັດທຸດິບທີ່ທ່ານນຳໃຊ້ ທີ່ສາມາດຢ່ອຍສະຫຼາຍໄດ້ງ່າຍ ຫຼື ໃຊ້ເວລານ້ອຍ ແລະ ແຕ່ລະຊະນິດໃຫ້ປະລີມານແກ໊ສແຕກຕ່າງກັນ
ເນື່ອງຈາກໃນລະບົບລາວໄບໂອແກ໊ສເຕັມໄປດ້ວຍ ນ້ຳ, ເສດອາຫານ ແລະ ຂີ້ເຫຍືອອໍການິກ ສະນັ້ນບໍ່ຄວນທີ່ຈະຍ້າຍ ແຕ່ຈັ່ງໃດກະສາມາດເຄື່ອນຍ້າຍ ໂດຍການຖ່າຍນ້ຳບາງສ່ວນອອກຈາກລະບົບ ( ເຊີ່ງພວກເຮົາແມ່ນໄດ້ກຽມຄູ່ມືການເຄືອນຍ້າຍໄວ້ໃຫ້ແລ້ວ ໃນການຖ່າຍນ້ຳອອກຢ່າງຖືກຕ້ອງ )
ເຮົາສາມາດນຳໃຊ້ພະລັງງານຈາກເຄື່ອງລາວໄບໂອແກ໊ສກັບເຄື່ອງໃຊ້ໄຟຟ້າອື່ນໆໄດ້ ເຄື່ອງສາມາດຕິດຕັ້ງກັບອຸປະກອນທີີ່ໃຊ້ພະລັງງານແກ໊ສ ຈັ່ງໃດກະຕາມ ເຮົາບໍ່ຄ່ອຍແນະນຳໃຫ້ນຳໃຊ້ລັກສະນະນີ້ ທ່ານຕ້ອງໄດ້ມີຄວາມເຂົ້າໃຈໃນລະບົບຄັກແນ່ ເພາະຕົວລະບົບສາມາດສ້າງແກ໊ສໄດ້ 700 ລິດຕໍ່ມື້ ເຊີ່ງອາດຈະບໍ່ພຽງສຳຫຼັບ ເຄື່ອງໃຊ້ໄຟຟ້າຫຼາຍຊະນິດ ( ເຊັ່ນ ຕູ້ເຍັນ, ເຄື່ອງປັ່ນໄຟ, ແລະ ເຄື່ອງເຮັດນ້ຳອຸນ ອື່ນໆ ) ລະບົບສາມາດສ້າງພະລັງງານ 4.4 ກິໂລວັດຊົ່ວໂມງ ແລະໃຫ້ພະລັງງານສູງສຸດຖືງ 4KW ຫາກທ່ານມີຄວາມຕ້ອງການນຳພະລັງງານໄປນຳໃຊ້ກັບເຄື່ອງໃຊ້ໄຟຟ້າ ກະລຸນາກວດເຊັກໃຫ້ເໝົາະສົມກັບພະລັງງານທີ່ຜະລິດໄດ້ ແຕ່ລາວໄບໂອແກ໊ສ ເໝົາະສົມກັບການປະກອບອາຫານທີ່ສຸດ ຮອງລົງມາຄືການຈັດການສິ່ງເສດເຫຼືອ ແລະ ໄດ້ຝຸ່ນນ້ຳຊີວະພາບເພື່ອການກະເສດທີ່ຍັ່ງຍືນ

ຄວາມປອດໄພ

ທ່ານຮູ້ບໍວ່າແກ໊ສເອວພີຈີທີ່ທ່ານນຳໃຊ້ຢູ່ອັນຕະລາຍກວ່າໄບໂອແກ໊ສ ນີ້ແມ່ນຄວາມຈິງ ຍ້ອນວ່າ:
  1. ລະບົບຂອງລາວໄບໂອແກ໊ສບໍ່ແມ່ນລະບົບອັດໃສ່ຖັງຄື ຖັງແກ໊ສເອວພີຈີ ຫຼື ແກ໊ສໂພນເພນ ລະບົບລາວໄບໂອແກ໊ສຖືກອອກແບບໃຊ້ກັບຖົງກັບທີ່ມີຄວາມດັນຕ່ຳ ຈືງອັນຕະລາຍນ້ອຍກວ່າ
  2. ແລະຍ້ອນບໍ່ໄດ້ໃຊ້ຄວາມດັນໃນການເກັບແກ໊ສໃນພື້ນນ້ອຍ ລະບົບລາວໄບໂອແກ໊ສໄດ້ເກັບໃນພື້ນທີ່ທີ່ເໝົາະສົມ ໂອກາດໃນການລະເບີດ ຫຼື ຈຸດຕິດໄຟມີນ້ອຍຫຼາຍ
  3. ຊະນິດຂອງລະບົບລາວໄບໂອແກ໊ສຜະລີດໄດ້ 60%ແມ່ນ ມີເທນເຊີ່ງມີຄຸນນະສົມບັດເບົາກວ່າອາກາດ ແລະ ລະເຫີ້ຍທັນທີເມື່ອຖືກປ່ອຍສູ່ອາກາດ ເຊີ່ງແມ່ນເປັນແກ໊ສ ທີ່ເກີດຂື້ນປົກກະຕິຕາມທຳມະຊາດ ແຖວກອງຂີ້ເຫຍື້ອ ຄວາມສາມາດພິເສດຂອງເຮົາແມ່ນສາມາດນຳໃຊ້ແກ໊ສຊະນີດກ່ອນປ່ອຍສູ່ຊັ້ນບັນຍາກາດໄດ້
  4. ແກ໊ສມີເທນຕ້ອງການຄວາມເຂັ້ມຂັ້ນຕ່ຳ 50% ຖືງສາມາດຕິດໄຟໄດ້ ເຊີ່ງເມື່ອຖືກປ່ອຍສູ່ອາກາດ ຈະເຈື່ອຈາຍໂດຍທຳມະຊາດບໍ່ສາມາດຕິດໄຟໄດ້ແນ່ນອນ
ຫາກທ່ານມີຄວາມຈໍາເປັນຕ້ອງໄດ້ເງີນທາງອອກບ້ານເປັນເວລາດົນນານ ບໍ່ມີໄຜຄອຍດູແລເຄື່ອງລາວໄບໂອແກ໊ສໃຫ້ທ່ານ ບໍ່ຕ້ອງກັງວົນ ໄບໂອແກ໊ສທີ່ຜະລິດອອກມາຈະຖຶກເກັບໄວ້ໃນຖົງບັນຈຸແກ໊ສ ແລະ ແບກທິເລຍຈະທຳການຜະລິດແກ໊ສຢ່າງຕໍ່ເນື່ອງເຖີງແມ້ວ່າເຮົາຈະບໍ່ໄດ້ໃສ່ເສດອາຫານ ແລະ ເມື່ອປະລິມານແກ໊ສເຕັມຖັງເກັບຈະປ່ອຍແກ໊ສອອກໂດຍອັດຕະໂນມັດ ສະນັ້ນບໍ່ຕ້ອງກັງວົນວ່າຈະມີບັນຫາກັບເຄື່ອງລາວໄບໂອແກ໊ສໃນລະຫວ່າງທ່ານໄປທ່ຽວ
ເຄື່ອງລາວໄບໂອແກ໊ສແມ່ນຈະຕ້ອງຢູ່ນອກທີ່ຢູ່ອາໄສສະເໝີ ແລະ ຫ້າມບໍ່ໃຫ້ຕິດຕັ້ງພາຍໃນ ເພາະຕົວລະບົບແມ່ນຕ້ອງການແສງອາທິດ ແລະ ຄວາມຮ້ອນ ອີກທັ້ງລະບົບແມ່ນຈະມີການລະບາຍແກ໊ສອອກຫາກທ່ານເອົາຄຕົວລະບົບຕິດຕັ້ງໄວ້ໃນກີນເຮົ້າສ ທ່ານຕ້ອງໄດ້ກວດເບີ່ງວ່າມີອາກາດຖ່າຍເທບໍ່
ເຮົາໄດ້ມີການດຳເນີນການກວດສອບມາດຕະຖານໂດຍເປັນຂັ້ນເປັນຕອນດັງນີ້
  • ສິນຄ້າຂອງພວກເຮົາແມ່ນໄດ້ຖືກກວດສອບໂດຍ ໜ່ວຍງານຜູ້ຊຽວຊານໄດ້ວິສະກຳໄບໂອແກ໊ສ ແລະ ໄດ້ຮັບໃບຍັ່ງຍືນ ຫາກທ່ານຕ້ອງການເຮົາຍິນດີສົ່ງໃຫ້
  • ເຮົາໄດ້ຮັບຮອງມາດຕະຖານ CE ເຊີ່ງເປັນມາດຕະຖານຄວາມປອດໄພຂອງທາງເອີໂຣບ
  • ລາວໄບໂອແກ໊ສໄດ້ມາດຕະຖານ ISO 9001 ( ສໍຳຫຼັບຄຸນນະພາບສິນຄ້າ ) 14001 ( ສໍາຫຼັບເປັນມິດກັບສິ່ງແວດລ້ອມ)
  • ເຮົາໄດ້ມີປະກັບໄພສາກົນ ຫາກເກິດກໍລະນີບໍ່ຄາດຝັນ ເຊີ່ງແມ່ນຄຸມຄອງທັ້ງຄວາມເສຍຫາຍ ທັ້ງຊີວິດ ແລະ ຊັບສິນ
  • ສິນຄ້າຂອງພວກເຮົາໄດ້ຮັບການອະນຸຍາດໃຫ້ການຕິດຕັ້ງຈາກ ສະຫະພາບເອີໂລບ ແລະ ລັດທະບານ ອິດສະລາເອວ ແລະຍັງໄດ້ທືນສຳຫຼັບເຮັດໂຄງການໃນເຂດປາເລດສໄຕ ແລະ ປະເທດອິດສະລາເອວ
  • • ເຮົາໄດ້ຂາຍສິນຄ້າໃຫ້ກັບຜູ້ໃຊ້ງານຫຼາຍກວ່າ 1000 ທ່ານ ໃນ 90 ປະເທດທົ່ວໂລກ ເພື່ອນຳໃຊ້ລະບົບໄບໂອແກ໊ສທີ່ທັນສະໄໝ ພວກເຮົາຍັງໄດ້ເຂົ້າຮ່ວມ ກັບອົງການມາດຕະຖານສາກົນໂລກ (ISO)TC255 ເພື່ອຮ່ວມຄົ້ນຄວ້າ ແລະ ວິໄຈພັດທະນາລະບົບໄບໂອແກ໊ສທຸກຊະນີດ
ປັດຈຸບັນຍັງບໍ່ທັນມີໜ່ວຍງານທີ່ດູແລເລື່ອງໄບໂອແກ໊ສໂດຍກົງໃນສາກົນ ເຫດຜົນເພາະເຮົາໄປນະວັດຕະກຳໃໝ່ ພື່ງໄດ້ຮັບການຮັບຮອງ ແລະ ໃຊ້ເວລາໃນການສຶກສາ ແຕ່ພວກເຮົາຍັງຊອກຫາວິທິການທີ່ດີຂຶ້ນຕືມອີກ ເພື່ອໃຫ້ໄດ້ການໃຊ້ງານຢ່າງເຕັມປະສິດທິພາບ
ໂດຍປົກກະຕິລະບົບສາມາດເກັບແກ໊ສໄດ້ 700 ລີດຕໍ່ວັນ ແລະສ່ວນທີ່ເຫຼືອຈະຖືກເກັບໃນຖັງໝັກຈົນກວ່າຈະມີການນຳໃຊ້ ທ່ານສາມາດຊື້ຖັງເກັບແກ໊ສເພີ່ມໄດ້ ຫາກທ່ານຕ້ອງການເກັບແກ໊ສຫຼາຍກວ່າ 700 ລີດ ເຮົາຂໍແນະນຳໃຫ້ທ່ານນຳໃຊ້ແກ໊ສແບບມື້ຕໍ່ມື້ ຫາກທ່ານສົນໃຈທີ່ຈະອັດແກ໊ສ ທ່ານຕ້ອງພິຈາລະນາ ເຄື່ອງອັດ ແລະ ຕ້ອງມີຜູ້ຊຽວຊານໃຫ້ຄຳແນະນຳຢ່າງໃກ້ຊິດ

ການບຳລຸງຮັກສາ

ລະບົບລາວໄບໂອແກ໊ສເຮົາແມ່ນມີອາຍຸການນຳໃຊ້ປະມານ 15 ປີ ວັດສະດຸທີ່ນຳໃຊ້ຜະລີດແມ່ນໄດ້ຜ່ານການທົດສອບຂັ້ນສູງມາແລ້ວ ໄດ້ຮັບມາດຕະຖານທັ້ງດ້ານວັດສະດຸ ແລະ ດ້ານການຜະລິດ ພ້ອມການຮັບປະກັນສິນຄ້າຈາກທາງໂຮງງານ ໂດຍເລີ່ມຕົ້ນຮັບປະກັນສິນຄ້າ ແລະ ອະໄຫຼ ເປັນໄລຍະເວລາ 24 ເດືອນ ລາວໄບໂອແກ໊ສເຮັດມາຈາກວັດສະດຸກັນ UV ໂດຍຜະສົມຜະສານລະຫວ່າງ Polyethylene ແລະ Polypropylene ສາມາດນໍຳມາລີໄຊເຄີວໄດ້
ຫຼັງຈາກທີ່ທ່ານໄດ້ເປັນເຈົ້າຂອງລະບົບລາວໄບໂອແກ໊ສ ເຮົາຈະມີທີມງານໃຫ້ຄຳແນະນຳໃນການນຳໃຊ້ ຫາກມີບັນຫາສາມາດຕິດຕໍ່ເຮົາໄດ້ທັນທີ ຜ່ານຊ່ອງທາງແຟນເພດຈfacebook.com/laobiogas